Naughty Kid by Daovone Ting

5 ວິທີຕຽມໂຕບໍ່ໃຫ້ລູກແອ່ວເວລາພໍ່ແມ່ອອກໄປວຽກຂ້າງນອກ
ໂດຍທຳມະຊາດຂອງເດັກຈະດື້, ສະມາທິສັ້ນ, ມັກປ່ຽນແບບຫຼິ້ນຢູ່ເລື້ອຍໆ ເຮົາມີວິທີມາບອກໃຫ້ເດັກດື້ເປັນລິງກາຍເປັນເດັກສຸຂຸມ.

1.    ວາງແຜນ ແລະ ກຽມໂຕ

ຕ້ອງເບິ່ງວ່າງານທີ່ເຮົາຈະໄປເປັນງານແບບໃດ ເຮົາສາມາດເອົາລູກໄປນຳໄດ້ບໍ່ ງານດັ່ງກ່າວໃຊ້ເວລາດົນປານໃດ ແລະ ມີສິ່ງລໍ້ໃຈເດັກຫຼື ບໍ່

2.    ເຮັດໃຫ້ລູກເມື່ອຍ

ເນື່ອງຈາກວ່າເດັກມີພະລັງຫຼາຍ ແລະ ບໍ່ຮູ້ເມື່ອຍສະນັ້ນກ່ອນຈະໄປງານໃດໜຶ່ງຕ້ອງໃຫ້ລູກຫຼິ້ນຢູ່ບ້ານໃຫ້ເຕັມທີ່ສະກ່ອນ

3.    ບ່ຽງເບນຄວາມສົນໃຈລູກ

ເມື່ອທ່ານຈະອອກໄປນອກບ້ານ ໄປຫາໝູ່ຫຼືງານອື່ນໆ ຄວນກະກຽມ ສໍສີ, ປື້ມນິທານ ຫຼື ຂອງຫຼິ້ນອື່ນໆ ເພື່ອສ້າງຄວາມສົນໃຈໃຫ້ລູກຫຼິ້ນ ບໍ່ມາວົນຫຼືແອ່ວເວລາພໍ່ແມ່ລົມວຽກ

4.    ຮູ້ຕົວ ແລະ ເບິ່ງລູກຢູ່ສະເໝີ

ໃນເວລາທີ່ລົມວຽກຢູ່ນັ້ນ ຢ່າລືມແນມເບິ່ງລູກນຳວ່າລູກຢູ່ໃນອາລົມໃດ ດີຫຼືງຸດງິດຫຼືບໍ່ ຖ້າລູກຢູ່ໃນອາລົມທີ່ບໍ່ດີຄວນພາລູກອອກໄປຢືດເສັ້ນຢືດສາຍພໍໃຫ້ດີໃຈກ່ອນຈິ່ງກັບມາລົມວຽກຕໍ່ ຢ່າງນ້ອຍລູກຈະໄດ້ຮູ້ວ່າຍັງໄດ້ຮັບຄວາມສົນໃຈຈາກພໍ່ແມ່

5.    ການເສີມສ້າງທ່າແຮງທາງບວກ

ເດັກທຸກຄົນມັກຄຳຊົມສະເໝີ ສະນັ້ນ ຢ່າລືມຍ້ອງຍໍລູກໃນເວລາທີ່ລູກນັ່ງຢູ່ຊື່ໆ ເຖິງວ່າຈະນັ່ງໄດ້ພຽງແຕ່ 5-10ນາທີກໍ່ຕາມ ແລະ ຕ້ອງໝັ່ນຊົມເຊີຍ ຫຼື ໃຫ້ລາງວັນໃນເວລາລູກທຳໂຕຄຳຮູ້ຢູ່ສະເໝີ