ວິທີສອນແບບ STAD by

ໍວິທີສອນແບບ STAD
ການສອນຄະນິດສາດໂດຍນຳໃຊ້ ວິທີສອບແບບ STAD
1. ການ​ຈັດການ​ຮຽນ​ຮູ້​ແບບ STAD ໝາຍ​ເຖິງຮູບ​ແບບ​ການ​ຈັດການ​ຮຽນ​ການ​ສອນ​ແບບ​ຮ່ວມ​ມື​ກັນ​ຮຽນ​ຮູ້​ອີກ​ຮູບ​ແບບ​ໜຶ່ງທີ່​ມີ​ຊື່​ເຕັມ​ວ່າ Student Teams Achievement Divisions ເປັນ​ການ​ຈັດ​ກິດຈະກຳ​ການ​ຮຽນ​ການ​ສອນຊຶ່ງ​ກຳນົດ​ໃຫ້​ນັກ​ຮຽນ​ທີ່​ມີ​ຄວາມ​ສາມາດ​ແຕກ​ຕ່າງ​ກັນ ເຮັດວຽກ​ຮ່ວມ​ກັນ​ເປັນ​ກຸ່ມໆ ລະ 4-5 ຄົນ ຊຶ່ງ​ປະກອບ​ດ້ວຍ ນັກ​ຮຽນ​ທີ່​ຮຽນ​ເກັ່ງ 1 ຄົນ, ນັກ​ຮຽນ​ທີ່​ຮຽນ​ປານ​ກາງ 2-3 ຄົນ ແລະ​ ນັກ​ຮຽນ​ທີ່​ຮຽນ​ອ່ອນ 1 ຄົນ
2. ຂັ້ນ​ຕອນ​ການ​ຈັດການ​ຮຽນ​ຮູ້​ແບບ​ STAD (Student Teams – Achievemen Division)

1)     ຂັ້ນ​ນຳ​ສະເໜີ​ເນື້ອ​ໃນ: ​ການ​ທົບ​ທວນ​ພື້ນ​ຖານ​ຄວາມ​ຮູ້​ເດີມຈາກ​ນັ້ນ​ຄູ​ສອນ​ເນື້ອ​ໃນ​ໃໝ່​ກັບ​ນັກ​ຮຽນ​ກຸ່ມ​ໃຫຍ່​ທັງ​ຊັ້ນ

2)    ຂັ້ນ​ປະຕິບັດ​ກິດຈະກຳ​ກຸ່ມ: ​ນັກ​ຮຽນ​ໃນ​ກຸ່ມ 4-5 ຄົນ ຮ່ວມ​ກັນ​ສຶກ​ສາ​ກຸ່ມ​ຍ່ອຍ​ນັກ​ຮຽນ​ເກັ່ງ​ຈະ​ອະທິບາຍ​ໃຫ້​ນັກ​ຮຽນ​ອ່ອນ​ຟັງ ​ແລະ ​ຊ່ວຍເຫຼືອ​ຊຶ່ງ​ກັນ​ ແລະ​ ກັນ​ໃນ​ການເຮັດ​ກິດຈະກຳ

3)    ຂັ້ນ​ທົດສອບ​ຍ່ອຍ:  ນັກ​ຮຽນ​ແຕ່​ລະ​ຄົນ​ຈະ​ເຮັດ​ແບບ​ທົດສອບ​ດ້ວຍ​ຕົນເອງ ບໍ່​ມີ​ການ​ຊ່ວຍເຫຼືອ​ກັນ

4)     ຄິດ​ໄລ່ຄະ​ແນນ: ​ຄວາມ​ກ້າວ​ໜ້າ​ແຕ່​ລະ​ຄົນ ແລະ​ ຂອງ​ກຸ່ມ​ຍ່ອຍ ຄູ​ກວດ​ຜົນ​ການ​ສອບ​ຂອງ​ນັກ​ຮຽນ ໂດຍ​ຄະ​ແນນ​ທີ່​ນັກ​ຮຽນ​ເຮັດ​ໄດ້​ໃນ​ການ​ທົດສອບ​ຈະ​ຖື​ເປັນ​ຄະ​ແນນ​ລາຍ​ບຸກ​ຄົນ ແລ້ວ​ນຳ​ຄະ​ແນນ​ລາຍ​ບຸກ​ຄົນ​ໄປ​ແປງ​ເປັນ​ຄະ​ແນນ​ກຸ່ມ

5)     ຊົມ​ເຊີຍຍົກ​ຍ້ອງ: ບຸກ​ຄົນ​ຫລື​ກຸ່ມ​ທີ່​ມີ​ຄະ​ແນນ​ດີເລີດ ນັກ​ຮຽນ​ຄົນ​ໃດ​ເຮັດ​ຄະ​ແນນ​ໄດ້​ດີກວ່າ​ເທື່ອ​ກ່ອນ ຈະ​ໄດ້ຮັບ​ຄຳ​ຊົມ​ເຊີຍ​ເປັນ​ລາຍ​ບຸກ​ຄົນ ແລະ​ ກຸ່ມ​ໃດ​ເຮັດ​ຄະ​ແນນ​ໄດ້​ດີກວ່າ​ເທື່ອ​ກ່ອນ​ຈະ​ໄດ້ຮັບ​ຄຳ​ຊົມ​ເຊີຍ​ທັງ​ກຸ່ມ